Lao (ພາສາລາວ)

ສະພາບການລົງທຶນໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

ການລົງທຶນໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ມາຮອດປະຈຸບັນ ແມ່ນບັນລຸໄດ້ຫຼາຍພັນລ້ານໂດລາສະຫະລັດ:

1. ການລົງທຶນຂອງລັດຖະບານ

ການລົງທຶນຂອງລັດຖະບານມີ 2 ໂຄງການ ລວມມູນຄ່າປະມານ 60 ກວ່າລ້ານໂດລາສະຫະລັດ ຄື:

  • ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ບ້ານນໍ້າເກິ່ງໃໝ່ ຫາ ບ້ານມອມ ມີຄວາມຍາວ 46,6 ກມ.

  • ໂຄງການຕ້ານເຈື່ອນແຄມຂອງ 7 ກມ.

2. ຜູ້ພັດທະນາ ກໍ່ຄືກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ

ການລົງທຶນຂອງຜູ້ພັດທະນາ ກໍ່ຄືກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ມີການລົງທຶນປະມານ 2.700 ລ້ານໂດລາສະຫະລັດ ໃນການຊົດເຊີຍເນື້ອທີ່ດິນຂອງໂຄງການ.

  • ການພັດທະນາດ້ານພື້ນຖານໂຄງລ່າງເປັນຕົ້ນ: ຖະໜົນຫົນທາງ, ສໍານັກງານຫ້ອງການ, ພໍພັກ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມ, ທ່າເຮືອ, ດ່ານສາກົນ, ສະໜາມບິນສາກົນ, ໂຮງຮຽນ, ໂຮງໝໍ, ສວນສາທາລະນະ, ການປະດັບປະດາຕົວເມືອງ, ສູນບໍາບັດນໍ້າເສຍ, ສະໜາມຂີ້ເຫຍື້ອ ແລະ ອື່ນໆ.

  • ໂຄງການກະສິກໍາແບບຄົບວົງຈອນມີ: ຟາມງົວ, ຟາມໝູ ແລະ ສວນຜັກໃນຮົ່ມຂະໜາດໃຫຍ່, ໂຮງງານອາຫານສັດ, ການລ້ຽງສັດປີກ.

  • ໂຄງການປູກໄມ້ໃຫ້ໝາກ ແລະ ພືດຕາມລະດູອື່ນໆ.

3. ການລົງທຶນຂອງນັກລົງທຶນຂະໜາດໃຫຍ່, ກາງ ແລະ ຜູ້ປະກອບການທຸລະກິດລາຍຍ່ອຍ:

  • ມີຫົວໜ່ວຍທຸລະກິດທີ່ໄດ້ຈົດທະບຽນ ທັງໝົດ 3,483 ຫົວໜ່ວຍ, ມີທຶນຈົດທະບຽນ 1.672.570.144 ໂດລາສະຫະລັດ (ບໍລິສັດ 581 ບໍລິສັດ ແລະ ຈຸນລະວິສາຫະກິດ 2,902 ຫົວໜ່ວຍ)..

  • ພົ້ນເດັ່ນການລົງທຶນ ແມ່ນດ້ານອະສັງຫາລິມະຊັບ ມີປະມານ 100 ກ່ວາໂຄງການ ທີ່ສາມາດສະໜອງສະຖານທີ່ພັກເຊົາໄລຍະຍາວໄດ້ 100.000 ກ່ວາຄົນ, ມີໂຮງແຮມ 22 ແຫ່ງ, ໂຄງການການຜະລິດກະສິກໍາ, ສູນການຄ້າ, ຕະຫຼາດ, ຮ້ານຄ້າ, ສະຖານທີ່ບັນເທີງຈໍານວນໜຶ່ງ.

Image