ຕອນເຊົ້າວັນທີ່ 22 ສິງຫາ 2025 ນີ້ ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຄົ້ນຄວ້າ ຄັດເລືອກຜົນງານໃນຂະບວນການແຂ່ງຂັນຍ້ອງຍໍ 5 ປີ ພາຍໃຕ້ຫົວຂໍ້ 5 ເປັນເຈົ້າ (2021-2025) ໂດຍການເປັນປະທານຂອງທ່ານ ຄຳສະແຫວງ ວິໄລພົງ ຮັກສາຫົວໜ້າອົງກອນຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ,ມີບັນດາທ່ານຮອງຫົວໜ້າຄຸ້ມຄອງ-ບໍລິຫານເຂດ,ຕາງໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ,ຫົວໜ້າຮອງຫົວໜ້າຫ້ອງການປິ່ນອ້ອມ,ພະນັກງານວິຊາການ,ພະນັກງານອາສາສະໝັກເຂົ້າຮ່ວມຈຳນວນ 31 ທ່ານ , ຍິງ 8 ທ່ານ ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຜ່ານມາຕະຫຼອດໄລຍະ 5 ປີ ແມ່ນໄດ້ຕັ້ງໜ້າເຮັດໜ້າທີ່ຈັດຕັ້ງປະຕິວັດວຽກງານທີ່ຂັ້ນເທີງມອບໝາຍດ້ວຍຄວາມຮັບຜິດຊອບສູງ,ມີນິຕິກຳການຄຸ້ມຄອງ-ບໍລິຫານ,ມີສັນຍາຂອງລັດຖະບານກັບຜູ້ພັດທະນາເປັນບ່ອນອິງໃນການຈັດຕັ້ງປະຕິບັດອັນໄດ້ເຮັດໃຫ້ວຽກງານທຸກດ້ານໃນການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳຫັນເຂົ້າສູ່ລະບຽບການເປັນກ້າວໆ ສາມາດຕະຫຼອດໄລຍະ ປີ 2021-2024 ຜ່ານມາ ກົມກອງໄດ້ຮັບການຍ້ອງຍໍຈາກລັດຖະບານ 1 ໃບ , ສ່ວນບຸກຄົນໄດ້ຮັບການຍ້ອງຍໍຫຼຽນໄຊແຮງງານ ຊັ້ນ I ມີ 1 ໜ່ວຍ , ຫຼຽນໄຊແຮງງານ ຊັ້ນ II ມີ 2 ໜ່ວຍ , ຫຼຽນໄຊແຮງງານ ຊັ້ນ III ມີ 2 ໜ່ວຍ , ຍ້ອງຍໍລັດຖະບານ 3 ໃບ , ຍ້ອງຍໍຂັ້ນແຂວງມີ 4 ໃບ , ຍ້ອງຍໍຂັ້ນພະແນກມີ 6 ໃບ ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມບັນດາເອກະສານນິຕິກຳຕ່າງໆທີ່ສຳຄັນເປັນຕົ້ນແມ່ນ : ມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ່ 01/ ກມສພ ລົງວັນທີ່ 7 ມັງກອນ 2010 , ດຳລັດຂອງປະທານປະເທດເລກທີ່ 11/ ປທ ລົງ ວັນທີ່ 20 ມັງກອນ 2010 , ດຳລັດວ່າດ້ວຍການແຂ່ງຂັນແລະຍ້ອງຍໍເລກທີ່ 116/ ລບ ລົງວັນທີ່ 22 ເມສາ 2019 , ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດການແຂ່ງຂັນຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ບົດສະຫຼຸບຂະບວນການແຂ່ງຂັນຮັກຊາດແລະພັດທະນາໄລຍະ 5 ປີ (2021-2025) ແລະທິດທາງແຜນການຂໍ້ແຂ່ງຂັນ 5 ປີ (2025-2030) ໂດຍໄດ້ກຳນົດເອົາຫົວຂໍ້ 5 ເປັນເຈົ້າຄື : ການເປັນເຈົ້າດ້ານວິຊາການໃຫ້ໄດ້ 98%, ເປັນເຈົ້າດ້ານການຄຸ້ມຄອງ-ບໍລິການໃຫ້ໄດ້95%,ເປັນເຈົ້າດ້ານການປົກຄອງໃຫ້ໄດ້95%,ເປັນເຈົ້າດ້ານການພົວພັນປະສານຮ່ວມມືກັບຕ່າງປະເທດ. ພ້ອມນີ້ກອງປະຊຸມຍັງໄດ້ຜ່ານໃບເກັບກ່ຽວຜົນງານ ແລະ ໃບເກັບກ່ຽວບຸກຄົນແນໃສ່ເພື່ອປະເມີນຜົນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານເພື່ອເປັນບັນທັດຖານໃນການຄົ້ນຄວ້າການຍ້ອງຍໍກົມກອງ ແລະ ບຸກຄົນຖືກຕ້ອງສອດຄ່ອງຕາມຂໍ້ກຳນົດ 5 ເປັນເຈົ້າວາງອອກ , ຕິດພັນກັບຂະບວນການຮັກຊາດແລະພັດທະນາໃຫ້ປະກົດຜົນເປັນຈິງ ໂອກາດນີ້ ທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີຄຳເຫັນເນັ້ນໜັກຕໍ່ກອງປະຊຸມໂດຍໄດ້ຊີ້ນຳໃຫ້ຄະນະອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ,ຕະຫຼອກຮອດພະນັກງານລັດຖະກອນ,ພະນັກງານສັນຍາ ຈົ່ງໄດ້ຕັ້ງໜ້າເອົາໃຈໃສ່ເປັນເຈົ້າການປະຕິບັດ 5 ເປັນເຈົ້າ,ເປັນແບບຢ່າງນຳໜ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດເຂົ້າໃສ່ວຽກງານຕົວຈິງໃຫ້ມີຄວາມສຳເລັດຢ່າງມີຄວາມຮັບຜິດຊອບສູງ,ສອດຄ່ອງກັບເນື້ອໃນຈິດໃຈຂໍ້ແຂ່ງຂັນຍ້ອງຍໍໃນໄລຍະໃໝ່,ຕິດພັນກັບວຽກງານວິຊາສະເພາະຂອງຕົນຕາມຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳ