ຄະນະທີມງານໄຟຟ້າລາວ 3 ພາກ ເດີນທາງມາທັດສະນະແລກປ່ຽນບົດຮຽນ ແລະ ທ່ຽວຊົມເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ຕອນບ່າຍຂອງວັນທີ 12 ມັງກອນ 2026 ນີ້ ຄະນະທີມງານໄຟຟ້າລາວພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໄດ້ເດີນທາງມາທັດສະນະແລກປ່ຽນບົດຮຽນ ແລະ ທ່ຽວຊົມເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເຊິ່ງນຳໂດຍທ່ານ ແສງຄຳ ທານີວົງ ຮອງຫົວໜ້າໄຟຟ້າລາວພາກກາງ, ທ່ານ ນາງສຸດາວອນ ວົງວິໄລ ຮອງຫົວໜ້າໄຟຟ້າລາວພາກເໜືອ ແລະ ທ່ານ ພູທົງ ຫຼວງໄຊຍະລາດ ຫົວໜ້າໄຟຟ້າລາວພາກໃຕ້ ພ້ອມດ້ວຍຄະນະທີມງານແຕ່ລະພາກເຂົ້າຮ່ວມ 40 ກວ່າຄົນ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານສົມຊາຍ ສຸກສະຫວັດ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມາຢ້ຽມຍາມ ແລະ ທັດສະນະແລກປ່ຽນບົດຮຽນຂອງຄະນະທີມງານໄຟຟ້າລາວ 3 ພາກຄັ້ງນີ້ແມ່ນເປັນມິດໝາຍອັນສຳຄັນ ແລະ ມີຄວາມປະທັບໃຈໃນການຢ້ຽມຍາມທ່ຽວຊົມທັດສະນະແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງບໍລິຫານນຳໃຊ້ໄຟຟ້າ ແລະ ຂອບເຂດການຈຳໜ່າຍກະແສໄຟຟ້າຢຢູ່ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມທັງໄດ້ຮັບຟັງການລາຍງານ ແລະ ແນະນຳໂດຍຫຍໍ້ກ່ຽວກັບການພັດທະນາພື້ນຖານໂຄງລ່າງໃນດ້ານຕ່າງໆ. ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຈາກ ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ແກ່ທີມງານໄຟຟ້າລາວໄດ້ຮັບຊາບຈາກນີ້ຄະນະທີມງານກໍ່ໄດ້ສືບຕໍ່ໄປທ່ຽວຊົມສະຖານທີ່ຕ່າງໆເປັນຕົ້ນແມ່ນດ່ານສາກົນສາມຫຼ່ຽມຄຳທີ່ເຮັດໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ປ່ອງຢ້ຽມສາມຫຼ່ຽມຄຳດອນຊາວ, ໂຮງແຮມດາວດອກງິ້ວຄຳ ທ່ຽວຊົມຫ້ອງວາງສະແດງສີລະປະສັນຕິພາບ ສາມຫຼ່ຽມຄຳ ສປປ ລາວ ແລະ ເດີນທາງກັບຄືນດ້ວຍຄວາມສະຫວັດດິພາບ.