ຕອນເຊົ້າວັນທີ 29 ຕຸລາ 2025 ໜ່ວຍຊາວໜຸ່ມອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຕາງໜ້າຊາວໜຸ່ມແຂວງບໍ່ແກ້ວ, ສະມາຊິກຊາວໜຸ່ມອົງການຄຸ້ມຄອງບໍລິຫານເຂດ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ແຂກຖືກເຊີນເຂົ້າຮ່ວມຈຳນວນ 25 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງຊາວໜຸ່ມ, ເປັນຕົ້ນເອກະສານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດແມ່ນໜ້າທີ່ຂອງຊາວໜຸ່ມທຸກຄົນ. ຈາກນັ້ນສະຫາຍ ບຸນມາ ໃຈຍະຮັກ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຮາກຖານຊາວໜຸ່ມອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ທິດທາງແຜນການປີ 2026. ຈາກນີ້, ຕາງໜ້າຊາວໜຸ່ມແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຄັດເລືອກສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກຕາມບົດແນະນຳສະບັບເລກທີ 123/ຊໜຂ, ລົງວັນທີ 25 ມັງກອນ 2022, ປະຈຸບັນໜ່ວຍຊາວໜຸ່ມ ອຄຂສ ມີສະມາຊິກຊາວໜຸ່ມທັງໝົດ 30 ສະຫາຍ, ຍິງ 7 ສະຫາຍ, ມີຄະນະໜ່ວຍຊາວໜຸ່ມ 5 ສະຫາຍ, ຍິງ 0 ສະຫາຍ. ຜ່ານມາສະມາຊິກຊາວໜຸ່ມ ອຄຂສ ແຕ່ລະສະຫາຍໄດ້ມີຄວາມຕື່ນຕົວບຸກບືນ, ຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມກະຕືລືລົ້ນ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນສົມບັດສິນທຳປະຕິວັດເປັນຢ່າງດີ, ປະຕິບັດລະບຽບວິໄນຂອງຊາວໜຸ່ມວາງອອກໄດ້ດີ, ເອົາໃຈໃສ່ບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະຂໍ້ແຂ່ງຂັນ 4 ບຸກປີ 2025 ເປັນຕົ້ນແມ່ນດ້ານແນວຄິດປະຕິບັດໄດ້ 98%, ດ້ານການຈັດຕັ້ງປະຕິບັດໄດ້ 97%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນປະຕິບັດໄດ້ 97% ແລະ ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳປະຕິບັດໄດ້ 96%. ພ້ອມນີ້ສະມາຊິກຊາວໜຸ່ມແຕ່ລະສະຫາຍກໍ່ໄດ້ຜ່ານບົດສຳຫຼວດຕົວເອງ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ເພື່ອໃຫ້ໝູ່ຄະນະພາຍໃນໜ່ວຍຕຳນິຕິຊົມເພື່ອເປັນບົດຮຽນໃນການປັບປຸງກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍແນວຄິດສ້າງສັນ, ແນໃສ່ເຮັດໃຫ້ໜ່ວຍຊາວໜຸ່ມ ອຄຂສ ກາຍເປັນໜ່ວຍຊາວໜຸ່ມດີເດັ່ນ ແລະ ປະຕິບັດຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ດີເດັ່ນທັງບຸກຄົນ ແລະ ໜ່ວຍຊາວໜຸ່ມ.
ໂອກາດນີ້ ສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າ ອຄຂສ ໄດ້ມີຄຳເຫັນເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ອຄຂສ ຈົ່ງພ້ອມກັນເຊີດຊູສະຕິປັນຍາຂອງຕົນເຂົ້າໃສ່ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ປະກົດຜົນເປັນຈິງ, ພ້ອມທັງຮັກສາມູນເຊື້ອຊາວໜຸ່ມ 4 ບຸກໃຫ້ຍາວນານ, ຕື່ນຕົວຄົ້ນຄວ້າຮ່ຳຮຽນເອົາສິ່ງທີ່ດີມີຄວາມກ້າວໜ້າ, ກາຍເປັນເສນາທິການໃຫ້ແກ່ການນຳ, ເພີ່ມທະວີຄວາມເປັນເຈົ້າການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມສຳເລັດ, ມີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ມີນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ແລະ ອື່ນໆ
ຄຽງຄູ່ກັນນີ້, ເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໜ່ວຍຊາວໜຸ່ມ ອຄຂສ ໃຫ້ມີບັນຍາກາດຟົດຟື້ນກໍ່ໄດ້ຈັດມີການແຂ່ງຂັນກິລາເປຕັງ ໂດຍປະກອບມີບັນດາຂະແໜງການ ດຳລັດ 359/ນຍ ແລະ ຂະແໜງການປິ່ນອ້ອມເຂົ້າຮ່ວມແຂ່ງຂັນມີ 16 ທີມ, ຜ່ານການແຂ່ງຂັນເອົາຊະນະອັນດັບ I ແມ່ນ ປກສ ເຂດ, ທີ II ແມ່ນຂະແໜງສັງລວມ ອຄຂສ, ທີ III ແມ່ນຂະແໜງການສົ່ງເສີມການລົງທຶນ ອຄຂສ ແລະ ທີ IV ໄດ້ແກ່ທີມຫ້ອງການຄຸ້ມຄອງຄົນຕ່າງປະເທດພ້ອມດ້ວຍທີມອື່ນໆຕື່ມອີກເຂົ້າຮ່ວມແຂ່ງຂັນດ້ວຍບັນຍາກາດເບີກບານມ່ວນຊື່ນ.