ງານເທດສະການດອກງິ້ວບານ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນວັນທີ 30-31 ມັງກອນ 2026 ນີ້ ກຳລັງມີການກະກຽມຄວາມພ້ອມໃນທຸກເງື່ອນໄຂຢ່າງເຄັ່ງຮ້ອນ ໂດຍແຂວງບໍ່ແກ້ວ, ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ມີການເລີ່ມອະນາໄມ, ປັບສະຖານທີ່, ປະດັບປະດາຕົ້ນໄມ້-ດອກໄມ້, ປ້າຍ ແລະ ພື້ນທີ່ຂາຍເຄື່ອງຕ່າງໆພາຍໃນບໍລິເວນສະຖານທີ່ຈັດງານ ເພື່ອໃຫ້ມີຄວາມພ້ອມ ແລະ ອຳນວຍຄວາມສະດວກສຳຫຼັບການຕ້ອນຮັບນັກລົງທຶນ, ນັກທ່ອງທ່ຽວ, ພໍ່ແມ່ປະຊາຊົນໃນພື້ນທີ່ ແລະ ຕ່າງແຂວງ ທີ່ຈະເດິນມາຮ່ວມສະເຫຼີມສະຫຼອງໃນຊ່ວງເວລາອັນເບີກບານມ່ວນຊື່ນທີ່ໃກ້ຈະເຖິງນີ້ຢູ່ທີ່ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍມີລາຍການກິດຈະກຳ ປະຈຳວັນເລີ່ມ ວັນທີ 17-31/1/2026 ດັ່ງນີ້:
ແຂວງບໍ່ແກ້ວ, ໂດຍມີລາຍການກິດຈະກຳ ປະຈຳວັນເລີ່ມ ວັນທີ 17-31/1/2026 ດັ່ງນີ້:
ການປະກວດນາງສາວດອກງິ້ວບານ
ວັນຈັດງານ: 30-31 ມັງກອນ 2026 ສະຖານທີ່: ເວທີສະແດງ ດອນຊາວ
ຕະຫຼາດນັດພື້ນເມືອງລາວ
ວັນຈັດງານ: 17-31 ມັງກອນ 2026 ສະຖານທີ່: ດອນຊາວ
ງານສະແດງສີລະປະສາກົນສາມຫຼ່ຽມຄຳ ສັນຕິພາບ
ວັນຈັດງານ: 30-31 ມັງກອນ 2026 ສະຖານທີ່: ໂຮງແຮມດາວດອກງິ້ວຄຳ
ການສະແດງສີລະປະວັນນະຄະດີລາວ
ວັນຈັດງານ: 30-31 ມັງກອນ 2026 ສະຖານທີ່: ເວທີສະແດງ ດອນຊາວ
ງານຄອນເສີດ "ລາວ-ຈີນ ຄວາມຮັກແພງສະນິດສະໜົມແບບຄອບຄົວດຽວກັນ"
ວັນຈັດງານ:31 ມັງກອນ 2026 ສະຖານທີ່: ເວທີສະແດງປ່ອງຢ້ຽມສາມຫຼ່ຽມຄຳທີ່ດອນຊາວ
ສະນັ້ນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຂໍເຊີນຊວນມວນຊົນພາຍໃນ ແລະ ຕ່າງປະເທດທຸກທ່ານເຂົ້າຮ່ວມງານເທດສະການດອກງິ້ວບານ ຄັ້ງທີ 23 ປະຈຳປີ 2026 ນີ້ ເພື່ອຮ່ວມສະເຫຼີມສະຫຼອງ ແລະ ຮ່ວມສ້າງຄວາມຊົງຈຳອັນດີງາມໃນເທດສະການດອກງິ້ວບານຄັ້ງນີ້ໄປນຳກັນ.