ຄະນະທັດສະນະສຶກສາຂອງສູນກາງສະຫະພັນແມ່ຍິງລາວ ເດີນທາງຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ໃນຕອນບ່າຍຂອງວັນທີ 23 ທັນວາ 2025 , ທ່ານ ນາງ ສຸພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ(ສສຍລ) ,ຫົວໜ້າຄະນະທັດສະນະສຶກສາຂອງສູນກາງສະຫະພັນແມ່ຍິງລາວພ້ອມດ້ວຍຄະນະປະກອບມີ: ສະຫະພັນແມ່ຍິງແຂວງອັດຕະປື, ຈຳປາສັກ, ສະຫວັນນະເຂດ, ບໍລິຄຳໄຊ, ນະຄອນຫຼວງວຽກຈັນ, ກະຊວງສາທາລະນະສຸກ ແລະ ອົງການ ສະຫະປະຊາຊາດ ເພື່ອປະຊາຊົນ(UNFPA) ລວມທັງໝົດ 24 ທ່ານ ໄດ້ເດີນທາງມາທັດສະນະສຶກສາແລກປ່ຽນບົດຮຽນ ກັບອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ,ເດີນທາງຮ່ວມມີ ທ່ານ ນາງບຸນຍົງ ແສງສະຫວ່າງ ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ພ້ອມດ້ວຍທີມງານ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າອົງການຄຸ້ມ-ຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ໃນໂອກາດການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງຄະນະທັດສະນະສຶກສາຂອງສູນກາງສະຫະພັນແມ່ຍິງຄັ້ງນີ້, ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າອົງການຄຸ້ມ-ຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ສະແດງຄວາມຍິນດີ ແລະ ກ່າວຕ້ອນຮັບພ້ອມທັງສະເໜີລາຍງານພາບລວມຕະຫຼອດໄລຍະ 18 ປີ ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍຫຍໍ້, ຕາງໜ້າ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳກ່າວລາຍງານພາບການການໃຫ້ຄວາມຊ່ວຍເຫຼືອແຮງງານຜູ້ຖືກເຄາະຮ້າຍໃນໄລຍະຜ່ານມາຕໍ່ກອງປະຊຸມ, ພ້ອມນີ້ຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳເຫັນຢ່າງກົງໄປກົງມາໂດຍສະເພາະແມ່ນວຽກງານບໍລິຫານຄຸ້ມຄອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍເພື່ອປົກປ້ອງຄຸ້ມຄອງປະຊາຊົນລາວຕະຫຼອດຮອດຊາວຕ່າງປະເທດບໍ່ໃຫ້ຕົກເປັນຜູ້ເຄາະຮ້າຍທີ່ເຂົ້າຂ່າຍການເຮັດຜິດກົດໝາຍໂດຍການຕົວະຍົວະມາເຮັດວຽກຢ່າງຜິດກົດໝາຍໃນອີກຕໍ່ໜ້າ ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃນປັດຈຸບັນໃຫ້ຖືກຕ້ອງຕາມລະບຽບການ.
ພາຍຫຼັງສຳເລັດກອງປະຊຸມ ຄະນະທັດສະນະສຶກສາຂອງສູນກາງສະຫະພັນແມ່ຍິງກໍ່ໄດ້ເດີນທາງທ່ຽວຊົມໂຮງແຮມດາວດອກງິ້ວຄຳ, ດອນຊາວປ່ອງຢ້ຽມສາມຫຼ່ຽມຄຳ, ເທບທິດາຕ້ານຢາເສບຕິດ ,ຫໍວາງສະແດງຜົນງານມູນເຊື້ອການພັດທະນາຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ, ວັດທອງທິບ ບ້ານໃຫຍ່ຕົ້ນເຜີ້ງ ແລະ ເດີນທາງກັບເທດສະບານແຂວງດ້ວຍຄວາມສະຫວັດດີພາບ.