English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ສະມາຄົມທະເລໃຕ້ສາກົນສິງກະໂປ ມາແລກປ່ຽນບົດຮຽນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຄະນະທັດສະນະສຶກສະມາຄົມທະເລໃຕ້ສາກົນສິງກະໂປໄດ້ເດີນທາງມາຢ້ຽມຢາມແລກປ່ຽນບົດຮຽນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສປປລາວ ເປັນເວລາ 2 ວັນ ໃນລະຫວ່າງວັນທີ 9-10 ທັນວາ 2025 ທີ່ຜ່ານມາ, ເພື່ອດຳເນີນການສຶກສາແລກປ່ຽນບົດຮຽນດ້ານທຸລະກິດການຄ້າ ແລະ ການເຈລະຈາຮ່ວມມື, ພ້ອມທັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການຄ້າ-ການລົງທຶນເຂດເສດຖະກິດພິເສດສາມຫຼ່ຽມຄຳ, ການຢ້ຽມຢາມຄັ້ງນີ້ໄດ້ຈັດຂື້ນໂດຍສະມາຄົມທະເລໃຕ້ສາກົນສິງກະໂປ ແລະ ສະມາຄົມສົ່ງເສີມມິດຕະພາບລາວ-ສິງກະໂປ, ໂດຍມີຈຸດປະສົງເພື່ອສະແຫວງຫາໂອກາດໃໝ່ໃນການຮ່ວມມືລະດັບພູມິພາກ ແລະ ການຊຸກຍູ້ເຊື່ອມໂຍງບັນດາໂຄງການຢ່າງເປັນຮູບທຳ.
ໃນກອງປະຊຸມຂອງການຢ້ຽມຢາມມື້ທຳອິດ ຜູ້ຮັບຜິດຊອບຈາກເຂດເສດຖະກິດພິເສດໄດ້ອະທິບາຍກ່ຽວກັບຂໍ້ໄດ້ປຽບທາງພູມສາດທີ່ເປັນເອກະລັກ, ພື້ນຖານການພັດທະນາ, ແລະແຜນຍຸດທະສາດ4ຂົງເຂດຫຼັກຄື: ການທ່ອງທ່ຽວ, ກະສິກຳ, ການຂົນສົ່ງ ແລະ ການຄ້າ, ແລະ ອຸດສາຫະກຳເບົາ. ຜູ້ຊ່ຽວຊານທີ່ມາຮ່ວມງານໄດ້ຊົມເຊີຍ ແລະ ສ້າງຄວາມປະທັບໃຈຕໍ່ດ້ານຊັບພະຍາກອນອັນອຸດົມສົມບູນຂອງເຂດເສດຖະກິດພິເສດ, ໂດຍເຊື່ອວ່າຈະມີທ່າແຮງໃນການພັດທະນາຢ່າງໃຫຍ່ຫຼວງໃນອະນາຄົດຈາກນີ້.
ຄະນະທັດສະນະສຶກສາໄດ້ເດີນທາງລົງຢ້ຽມຍາມສຳຫຼວດຕົວຈິງບັນດາໂຄງການທີ່ສຳຄັນຢູ່ພາຍໃນເຂດໂດຍມີບັນດາພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ, ລວມທັງບັນດາໂຄງການໃນແຜນການເຊັ່ນ: ສາງປອດພາສີແບບຄົບວົງຈອນບ້ານມອມ, ພື້ນທີ່ເຂດກະສິກຳ, ໂຄງການທໍ່ນຳສົ່ງນ້ຳຮ້ອນປຸ່ງເລາະ, ໂຮງຮຽນປະຖົມດອກງິ້ວຄຳ ແລະ ໂຄງການພະເຈົ້າໃຫຍ່ສຸວັນນະໂຄມຄຳເທີງພູກິ່ວລົມທີ່ກຳລັງດຳເນີນການກໍ່ສ້າງ, ເບິ່ງຕົວຈິງເຖິງຄວາມຄືບໜ້າການພັດທະນາຂອງເຂດເສດຖະກິດພິເສດໃນດ້ານໂຄງລ່າງພື້ນຖານ, ອົບຮົມ-ຝຶກສອນດ້ານອຸດສາຫະກໍາ, ການບໍລິການຈັດການດ້ານສັງຄົມ, ແລະ ການພັດທະນາການທ່ອງທ່ຽວວັດທະນະທໍາ
ມື້ຕໍ່ມາ, ສອງຝ່າຍໄດ້ຈັດກອງປະຊຸມປຶກສາຫາລືຄວາມຮ່ວມມືທາງການລົງທຶນ ໂດຍການຕ້ອນຮັບຈາກ ທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ທ່ານ ຊຸນ ເຈ໋ ຜູ້ອຳນວຍການ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ຢ່າງອົບອຸ່ນ ແລະ ຍັງໄດ້ສະແດງຄວາມຫວັງທີ່ຈະເພີ່ມທະວີການຮ່ວມມືກັບຜູ້ປະກອບການຈາກຈີນ ແລະ ສິງກະໂປ.ທ່ານຊຸນ ເສ ຫົວໜ້າສະມາຄົມທະເລໃຕ້ສາກົນສິງກະໂປ ໄດ້ສະແດງຄຳເຫັນວ່າ: ການເດີນທາງຄັ້ງນີ້ແມ່ນສ່ວນໜຶ່ງທີ່ສຳຄັນຂອງກິດຈະກຳ "ການຫວນຄືນເສັ້ນທາງສາຍໄໝ" ຂອງສະໂມສອນໃນພາກພື້ນອາຊຽນ. ເຂດເສດຖະກິດພິເສດດັ່ງກ່າວມີທີ່ຕັ້ງທີ່ດີເລີດ, ການສະໜັບສະໜູນດ້ານນະໂຍບາຍທີ່ເຂັ້ມແຂງ, ແລະ ໂອກາດການຮ່ວມມືທີ່ກວ້າງຂວາງ.
ໃນລະຫວ່າງປະຊຸມທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກັນຢ່າງເລີກເຊີ່ງໃນດ້ານສຳຄັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ,ຜູ້ປະກອບການ ແລະ ຜູ້ຊ່ຽວຊານຍັງໄດ້ສະເໜີຂໍ້ມູນດ້ານຕ່າງໆ ແລະ ຄວາມຕັ້ງໃຈທີ່ຈະຮ່ວມມືດ້ານການປັບປຸງວຽກງານກະສິກຳໃຫ້ມີຄວາມທັນສະໄໝ, ການສ້າງຊ່ອງການການຂົນສົ່ງ, ແຫຼ່ງພະລັງງານສີຂຽວ, ການທ່ອງທ່ຽວດ້ານວັດທະນະທຳເຊິ່ງສຸຂະພາບການອຳນວຍຄວາມສະດວກທາງການເງີນ ແລະ ຄວາມຮ່ວມມືໃນອຸດສາຫະກຳໃໝ່, ຜູ້ຮັບຜິດຊອບຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ອະທິບາຍແນວທາງນະໂຍບາຍ ແລະ ຕອບຄຳຖາມກດ້ານການລົງທືນ.
ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຕໍ່ໜ້າຜູ້ເຂົ້າຮ່ວມ, ສ້າງຕັ້ງກົນໄກການຮ່ວມມືແບບປົກກະຕິ. ອີງຕາມບົດບັນທຶກດັ່ງກ່າວ, ທັງສອງຝ່າຍຈະສຸມໃສ່ການສົ່ງເສີມການຮ່ວມມືຂ້າມຊາຍແດນໃນຂະແໜງກະສິກຳ, ວັດທະນະທຳ ແລະ ທ່ອງທ່ຽວ, ອຸດສາຫະກຳເບົາ, ການສຶກສາ, ແລະ ເສດຖະກິດດິຈິຕອນ, ຄົ້ນຄວ້າກົນໄກການຮ່ວມມືດ້ານອຸດສາຫະກຳໃນໄລຍະຍາວ ແລະ ໝັ້ນຄົງລະຫວ່າງສິງກະໂປ ກັບ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕະຫຼາດອາຊຽນ ແລະ ຮ່ວມກັນພັດທະນາເຂດເສດຖະກິດພິເສດເປັນເຂດສາທິດສຳລັບການຮ່ວມມືດ້ານອຸດສາຫະກຳໃນພາກພື້ນແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ.
ການຢ້ຽມຢາມ ແລະ ການລົງນາມໃນຄັ້ງນີ້ ໄດ້ເປີດໂອກາດໃໝ່ໃຫ້ແກ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອເຊື່ອມຕໍ່ກັບເຄືອຂ່າຍຊັບພະຍາກອນສາກົນ, ແລະ ຍັງໄດ້ສະໜອງເສັ້ນທາງໃໝ່ໃຫ້ແກ່ວິສາຫະກິດຈີນ ແລະ ສິງກະໂປ ໃນການເຂົ້າຮ່ວມໃນການພັດທະນາຕະຫຼາດອາຊຽນທີ່ພວມພັດທະນາ. ທັງສອງຝ່າຍໄດ້ຕົກລົງທີ່ຈະສົ່ງເສີມການຮ່ວມມືໃນພາຍຫຼັງດ້ວຍທັດສະນະຄະຕິທີ່ເປັນຈິງ ເພື່ອບັນລຸຜົນປະໂຫຍດຮ່ວມກັນ ແລະ ໄດ້ຮັບຜົນດີ.
———————————————————————————

Related Articles