ກອງປະຊຸມດຳເນີນຊີວິດການເມືອງ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ, ໜ່ວຍພັກ, ຕີລາຄາປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນຕິດພັນກັບການຄັດເລືອກຜົນງານບຸກຄົນ, ກົມກອງລວມໝູ່ ປະຈຳປີ 2025 ຂອງໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 5-6 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍການເປັນປະທານຂອງສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ, ສະຫາຍ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນຈັດຕັ້ງເຊື່ອມຊືມບັນດາເອກະສານສຳຄັນຂອງພັກເປັນຕົ້ນ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳແນະນຳຂອງຄະນະກວດກາພັກ-ລັດແຂວງບໍ່ແກ້ວ ສະບັບເລກທີ 150/ຄກພຂ ລົງວັນທີ 20 ກັນຍາ 2024 ກ່ຽວກັບການຂຽນບົດສຳຫຼວດການນຳພາລວມ, ເອກະສານກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບເລກທີ 79/ສພຊ ລົງວັນທີ 20 ມີນາ 2025, ດຳລັດສະບັບເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນບາງພາກ, ບາງໜວດ, ບາງມາດຕາ ແລະ ເອກະສານກົດລະບຽບພັກບາງມາດຕາສະໄໝທີ XI ໝວດທີ I ມາດຕາ 4-6, ໝວດທີ VI ມາດຕາ 33 ແລະ ອື່ນໆ, ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳມີສະມາຊິກພັກທັງໝົດ 56 ສະຫາຍ, ຍິງ 6 ສະຫາຍ. ສຳຮອງ 2 ສະຫາຍ, ຍິງ 1 ສະຫາຍ. ຜ່ານມາການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຄະນະໜ່ວຍພັກແມ່ນໄດ້ເອົາໃຈໃສ່ຖືສຳຄັນຕໍ່ວຽກງານການສຶກສາອົບຮົມການເມືອງແນວຄິດເປັນກົກ, ໃນການສ້າງ ແລະ ປັບປຸງໜ່ວຍພັກ, ຄະນະພັກ, ສະມາຊິກພັກ ຕະຫຼອດຮອດພະນັກງານລັດຖະກອນຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ເອົາໃຈໃສ່ປັບປຸງດ້ານເນື້ອໃນ, ແບບແຜນວິທີເຮັດວຽກ-ວິທີນຳພາ ແລະ ການດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກກໍ່ຄືກົດໝາຍຂອງລັດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ມີຜົນສຳເລັດເປັນກ້າວໆ. ກອງປະຊຸມຄະນະໜ່ວຍພັກ, ສະມາຊິກແຕ່ລະສະຫາຍໄດ້ຜ່ານບົດປະເມີນຂອງຕົນເອງ, ອັນໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວີທີປັບປຸງແກ້ໄຂໃນຕໍ່ໜ້າ, ໝູ່ຄະນະໄດ້ປະກອບຄຳຄິດຄຳເຫັນເພື່ອຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍແນວຄິດສ້າງສັນ, ແນໃສ່ເຮັດໃຫ້ແຕ່ລະສະຫາຍສະມາຊິກພັກມີທັດສະນະແນວຄິດທີ່ດີ ແລະ ການກະທຳມີບາດກ້າວອັນໃໝ່ໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ, ເຂັ້ມແຂງ, ໜັກແໜ້ນ, ກາຍເປັນກຳລັງແຮງໃຫ້ແກ່ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຕໍ່ໜ້າອີກດ້ວຍ. ໂອກາດນີ້ ສະຫາຍ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ໃຫ້ກຽດຂຶ້ນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງສະຫາຍໄດ້ສະແດງຄວາມພາກພູມໃຈເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍຜົນສຳເລັດຂອງກອງປະຊຸມດຳເນີນຊີວິດການເມືອງຂອງໜ່ວຍພັກ ອຄຂສ ແລະ ຜົນງານ 1 ປີຜ່ານມາໃນຄັ້ງນີ້, ອັນໄດ້ຖືສຳຄັນໃນການຍົກສູງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດຂອງຄະນະໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍແມ່ນມີຄວາມໜັກແໜ້ນເຂັ້ມແຂງສາມາດນຳພາ, ຊີ້ນຳປັບປຸງແກ້ໄຂແບບແຜນວິທີນຳພາ-ວິທີເຮັດວຽກເປັນລະບົບຄົບຊຸດ, ມີຄວາມຖືກຕ້ອງ ແລະ ມີຜົນສຳເລັດຫຼາຍດ້ານ, ພ້ອມນີ້ຍັງໄດ້ໃຫ້ການຊີ້ນຳແກ່ຄະນະໜ່ວຍພັກ, ສະມາຊິກພັກຕະຫຼອດຮອດພະນັກງານລັດຖະກອນໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍການປ່ຽນແປງໃໝ່ຂອງພັກ, ກົດລະບຽບພັກກໍ່ຄືກົດໝາຍຂອງລັດຢ່າງເລິກເຊິ່ງ, ຍົກສູງຄວາມສາມັກຄີພາຍໃນພາຍນອກໃຫ້ແໜ້ນແຟ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບເປັນອັນລະອຽດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນພ້ອມທັງສູ້ຊົນຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ ແລະ ອັນອື່ນໆຕື່ມອີກ.