ໃນວັນທີ 21 ຕຸລາ 2025 ທີ່ຫ້ອງປະຊຸມໂຮງແຮມດາວດອກງິ້ວຄຳ ໄດ້ຈັດມີກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການແກ້ໄຂຍານພາຫະນະລວມທັງກົນຈັກຕ່າງໆທີ່ນຳໃຊ້ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ໂດຍເປັນປະທານຂອງທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າສະເພາະກິດຕາມຂໍ້ຕົກລົງສະບັບເລກທີ 47/ນຍ, ມີທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຄະນະສະເພາະກິດຂັ້ນສູນກາງ, ຫົວໜ້າກົມ, ຮອງຫົວໜ້າກົມ, ພ້ອມດ້ວຍພະແນກການກ່ຽວຂ້ອງຂອງແຂວງ, ອົງການຄຸ້ມຄອງ-ບໍລິຫານເຂດ, ສະພາບໍລິຫານເຂດ, ນັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ເນັ້ນໜັກໃຫ້ແຕ່ລະພາກສ່ວນມີຄວາມຮັບຜິດຊອບແກ່ໜ້າທີ່ວຽກງານຂອງຕົນ ເພືຶ່ອຮ່ວມກັນແກ້ໄຂຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍໃຫ້ຫັນເຂົ້າສູ່ການຄຸ້ມຄອງຂອງລັດ, ຂອງສັງຄົມ, ລະບຽບກົດໝາຍຂອງ ສປປ ລາວ ໃຫ້ໄດ້ຕາມທີ່ກຳນົດໄວ້. ພ້ອມນີ້ຍັງໄດ້ຮັບຟັງການເຜີຍແຜ່ຂອງບັນດາເອກະສານຕ່າງໆຈາກແຕ່ລະຂະແໜງການທີ່ຕິດພັນກັບການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍລວມທັງລົດຈັກ, ກົນຈັກຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອເປັນເຄື່ອງມື ແລະ ເປັນບ່ອນອີງໃນການປະຕິບັດຕົວຈິງ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025; ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຊື່ອມຊຶມບັນດາເອກະສານ, ຈຸດປະສົງເປົ້າໝາຍການປະຕິບັດຕົວຈິງ ແລະ ຮ່ວມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ. ໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ໃນຕອນທ້າຍຂອງກອງປະຊຸມ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວເນັ້ນໜັກກ່ຽວກັບການຈັດຕັ້ງປະຕິບັດຕົວຈິງແນ່ນອນວ່າພວກເຮົາຈະພົບເຫັນທັງຂໍ້ສະດວກ, ສິ່ງເອື້ອອຳນວຍ, ທັງອຸປະສັກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ແຕ່ກໍ່ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ກັບການປະສານງານຂອງໜ່ວຍງານຄະນະສະເພາະກິດຂັ້ນສູນກາງສົມທົບກັບຄະນະໜ່ວຍງານຂອງແຂວງບໍ່ແກ້ວກໍ່ຄືເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນການຄົ້ນຄວ້າພິຈາລະນາການແກ້ໄຂບັນຫາໃຫ້ລຸລ່ວງຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ກຳນົດໄວ້ ແລະ ຍັງຮຽກຮ້ອງໃຫ້ແຕ່ລະໜ່ວຍງານເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ, ມີຄວາມຈິງໃຈຕໍ່ການຮ່ວມມືກັນ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ ເພື່ອໃຫ້ວຽກງານເກັບພາສີລົດຢູ່ເຂດເສດຖະກິດສາມຫຼ່ຽມຄຳມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຜົນສຳເລັດໄປດ້ວຍດີ.