English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຮ່ວມກັບເມືອງຕົ້ນເຜີ້ງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທຸກຍາກ ແລະ ນັກຮຽນທີ່ຂາດເຂີນ

ເພື່ອເປັນການຊ່ວຍເຫຼືອແບ່ງເບົາຄວາມທຸກຍາກຂາດເຂີນ ແລະ ເປັນກຳລັງໃຈຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ນັກຮຽນເຂດຫ່າງໄກຊອກຫຼີກໃຫ້ໄດ້ຮັບການແກ້ໄຂ ເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນນັ້ນ ໃນວັນທີ 17 ຕຸລາ 2025 ນີ້ ໂຄງການແບ່ງປັນນ້ຳໃຈຂອງສາມອົງການຈັດຕັ້ງມະຫາຊົນ, ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບເມືອງຕົ້ນເຜິ້ງ ໄດ້ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນເຂດທຸກຍາກ ແລະ ນັກຮຽນຂາດເຂີນຂອງເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເປັນຕົ້ນແມ່ນບ້ານສາມສິບ, ໂຮງຮຽນປະຖົມຕົ້ນເຜິ້ງ, ບ້ານນ້ຳຟ້າ, ທີ່ເປັນເຂດຫ່າງໄກຊອກຫຼີກ. ນຳໂດຍທ່ານ ຄຳສະແຫວງ ວິໄລພົງ ຮັກສາການອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ອຸ່ນຄຳ ທຳມະເລີດ ປະທານຄະນະກຳມະການປົກຄອງເມືອງຕົ້ນເຜິ້ງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ ແລະ ນ້ອງນັກຮຽນປະຖົມທີ່ຂາດເຂີນ.ໃນນີ້ມີໂຮງຮຽນປະຖົມຕົ້ນເຜີ້ງ 24 ນ້ອງ, ຄອບຄົວທຸກຍາກບ້ານສາມສິບມີ 65 ຄອບຄົວ-ນ້ອງນັກຮຽນ 50 ນ້ອງ ແລະ ບ້ານນ້ຳຟ້າມີ 184 ຄອບຄົວ, ໃນນີ້ມີປະຊາຊົນທຸກຍາກ 70 ຄອບຄົວ ແລະ ນ້ອງນັກຮຽນຂາດເຂີນ 107 ນ້ອງ ຍິງ 68 ນ້ອງ. ເຄື່ອງນຳໄປຊ່ວຍເຫຼືອປະຊາຊົນຄອບຄົວທຸກຍາກ ແລະ ນັກຮຽນຂາດເຂີນຄັ້ງນີ້ສ່ວນຫຼາຍແມ່ນເຄື່ອງອຸປະໂພກ-ບໍລິໂພກປະເພດເຂົ້າສານ, ເຂົ້າໜົມ, ມາມ່າ, ໄຂ່ໄກ່, ປ໋ອງປາ, ອຸປະກອນການຮຽນ ແລະ ອື່ນໆ ມູນຄ່າປະມານ 60 ລ້ານກວ່າກີບ.
ໂອກາດນີ້ ທ່ານ ວັນນາ ເພັດດາວຮຸ່ງ ຮອງເລຂາຄະນະພັກຮາກຖານກຸ່ມບ້ານນາຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ຕາງໜ້າປະຊາຊົນບັນດາເຜົ່າທີ່ທຸກຍາກແຕ່ລະບ້ານ ແລະ ນ້ອງນັກຮຽນຂາດເຂີນແຕ່ລະໂຮງຮຽນ ແລະ ຕາງໜ້າອຳນາດການປົກຄອງບ້ານໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ອົງການປົກຄອງເມືອງຕົ້ນເຜີ້ງ ພ້ອມພາກສ່ວນທີ່ກ່ຽວຂ້ອງທີ່ມີນ້ຳໃຈໂອບເອື້ອອາລີສາມັກຄີຮັກແພງທີ່ໄດ້ນຳເອົາເຄື່ອງວັດຖຸປັດໄຈຕ່າງໆມາມອບໃຫ້ຄອບຄົວທຸກຍາກ ແລະ ນັກຮຽນຂາດເຂີນນີ້ເພື່ອແກ້ໄຂປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທີ່ທຸກຍາກ-ຂາດເຂີນ ແລະ ຢູ່ຫ່າງໄກຊອກຫຼີກໄດ້ຮັບການພັດທະນາທີ່ດີຂຶ້ນເປັນກ້າວໆ.

Related Articles