English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ກອງປະຊຸມໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ປະຈຳໄຕມາດທີ 3 ແລະ ວາງແຜນທິດທາງແຜນການປະຈຳປີ 2025 ເຊິ່ງກອງປະຊຸມໄດ້ໄຂຂຶ້ນໃນວັນທີ 24 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ; ໂດຍການເປັນປະທານຂອງສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມດ້ວຍຮອງເລຂາໜ່ວຍພັກ, ກຳມະການໜ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ, ຫົວໜ້າຮອງຫົວໜ້າຫ້ອງການປິ່ນອ້ອມເຂົ້າຮ່ວມ. 
     ສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກໄດ້ສະເໜີຈຸດປະສົງ ແລະ ກ່າວເປີດກອງປະຊຸມຂຶ້ນຢ່າງເປັນທາງການ. ຈາກນີ້ສະຫາຍ ຄຳສະຫວາດ ແກ້ວປັນຍາ ຮອງເລຂາໜ່ວຍພັກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຜ່ານບົດສະຫຼຸບປະຈຳໄຕມາດ 3 ປີ 2025 ແລະ ທິດທາງແຜນການໄຕມາດ 4 ປີ 2025 ອັນໄດ້ຍົກໃຫ້ເຫັນຜົນງານບາງດ້ານເຊັ່ນ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກເປັນສຳຄັນ, ເປັນວຽກປົກກະຕິ ແລະ ສອດຫ້ອຍກັບທຸກວຽກງານວິຊາສະເພາະຂອງບັນດາຫ້ອງການປິ່ນອ້ອມ, ໄດ້ນຳພາການກໍ່ສ້າງພັກ ແລະ ຂະຫຍາຍພັກຢ່າງເປັນປົກກະຕິຕໍ່ເນື່ອງ, ມີແບບແຜນວິທີນຳພາ ແລະ ເຮັດວຽກຕາມຫຼັກການລວມສູນ, ເຮັດວຽກເປັນໝູ່ຄະນະ, ປະຕິບັດຕາມມະຕິສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ວຽກປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ສົມທົບກັນລະຫວ່າງ 3 ກຳລັງ, ຮັກສາໄດ້ຄວາມປອດໄພ, ກວດກາຄວາມເປັນລະບຽບຮຽບຮ້ອຍ, ວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ ແມ່ນໄດ້ເຄື່ອນໄຫວຕາມສິດພາລະບົດບາດຂອງຕົນ, ໄດ້ເປັນເຈົ້າການປະສານງານສົມທົບກັບທຸກພາກສ່ວນກ່ຽວຂ້ອງ,ຕິດພັນກັບການກວດກາ ແລະ ຄົ້ນຄວ້າເອກະສານຕ່າງໆ ສາມາດຂຸດຄົ້ນແຫຼ່ງລາຍຮັບ-ມອບພັນທະໃຫ້ແກ່ລັດ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນເປັນເອກະພາບຮັບຮອງເອົາແຜນທິດທາງແຜນການປະຈຳໄຕມາດ 4 ປີ 2025 ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ເພື່ອສ້າງເງື່ອນໄຂໃຫ້ແກ່ສະມາຊິກພັກ-ພະນັກງານ, ມີທັດສະນະຫຼັກໝັ້ນ, ມີນຳໃຈສາມັກຄີພາຍໃນພາຍນອກຢ່າງແໜ້ນແຟ້ນ.ສືບຕໍ່ແກ້ໄຂບັນຫາຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ນຳໃໃຊ້ບໍ່ຖືກເປົ້າໝາຍ ແລະ ອື່ນໆ; ຈາກນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງພັກເປັນຕົ້ນເອກະສານເລກທີ 1098/ຫວຂ ວ່າດ້ວຍການດຳເນີນຕີລາຄາ ແລະ ຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກ, ການຕີລາຄາການຈັດຕັ້ງປະຕິບັດວຽກງານພະນັກງານລັດຖະກອນປະຈຳປີ 2025, ເອກະສານແນະນຳເລກທີ 1149/ບກກ່ຽວກັບການຄົ້ນຄວ້າຄັດເລືອກຜົນງານປະຈຳປີຂອງບຸກຄົນ, ກົມກອງລວມໝູ່ ແລະ ບ້ານທີ່ມີຜົນງານດີເດັ່ນ ເພື່ອຍ້ອງຍໍສັນລະເສີນຂັ້ນແຂວງ; ພ້ອມນີ້ຜູ້ເຂົ້າຮ່ວມກໍ່ໄດ້ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ດ້ວຍແນວຄິດສ້າງສັນໃນການກໍ່ສ້າງພັກ-ພະນັກງານ ແລະ ການຂະຫຍາຍພັກ ແລະ ອື່ນໆ.
     ສະຫາຍ ຄຳສະແຫວງ ວິໄລພົງ ເລຂາໜ່ວຍພັກຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາສຳຄັນຕໍ່ຄະນະພັກ, ກຳມະການໜ່ວຍພັກ, ເພີ່ມຄວາມເອົາໃຈໃສ່ເປັນເຈົ້າການນຳເອົາເນື້ອໃນຈິດໃຈກອງປະຊຸມ ແລະ ທິດທາງແຜນການກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເປັນແຜນງານ-ໂຄງການລະອຽດຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ, ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານມີຄວາມສາມັກຄີຮັກແພງທັງພາຍໃນ-ພາຍນອກເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

Related Articles