English (United Kingdom)
Kapok 5 Star Hotel
International Cultural Market
Kapok Festival Bokeo Province
Miss Kapok Laos 2025
Kapok Flower

Home

Featured

ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ

ຕອນເຊົ້າວັນທີ 23 ມິຖຸນາ 2025 ນີ້ ຢູ່ທີ່ອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ. ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳພ້ອມດ້ວຍສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ຫ້ອງການສົ່ງເສີມການລົງທຶນສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຫ້ອງການປິ່ນອ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ສະແດງຄວາມຍິນດີ ແລະ ກ່າວຕ້ອນຮັບຄະນະຜູ້ແທນດັ່ງກ່າວພ້ອມທັງສະເໜີແນະນຳບັນດາຫ້ອງການປິ່ນອ້ອມປະຈຳເຂດ ແລະ ສັງລວມລາຍງານການພັດທະນາເສດຖະກິດສັງຄົມພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍຫຍໍ້ຕໍ່ກອງປະຊູມ-ຊົມວີດີໂອພາບລວມ 18 ປີ ແຫ່ງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳຮອດປະຈຸບັນ. ຈາກນີ້ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ສຶກພາກພູມໃຈທີ່ໄດ້ການຕ້ອນຮັບຈາກຄະນະນຳຂອງອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໃນຄັ້ງນີ້ ແລະ ສະແດງຄວາມໜ້າປະທັບໃຈຢ່າງຍິ່ງຕໍ່ກັບການພັດທະນາ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແກ້ໄຂປະກົດການຫຍໍ້ທໍ້, ການຄຸ້ມຄອງແຮງງານຖືກຕ້ອງຕາມລະບຽບກົດໝາຍ ແນໃສ່ເຮັດໃຫ້ກົນໄກເສດຖະກິດໄດ້ມີການເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ. ພ້ອມນີ້ກໍ່ໄດ້ຮັບຟັງການລາຍງານສະພາບການພັດທະນາດ້ານຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ, ວຽກງານການຄ້າການລົງທຶນ, ການຄຸ້ມຄອງແຮງງານ, ການບໍລິການທຸລະກິດວຽກງານການທ່ອງທ່ຽວ, ກິດຈະກຳງານປະເພນີວັດທະນະທຳ, ວຽກງານກະສິກຳ, ການປູກ-ການລ້ຽງ ແລະ ອື່ນໆໃຫ້ແກ່ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງ, ອຸດົມໄຊ ແລະ ແຂວງບໍ່ແກ້ວໄດ້ຮັບຊາບໂດຍຫຍໍ້. ຈາກນີ້ຕາງໜ້າຫ້ອງການສົ່ງເສີມ ແລະ ການລົງທຶນສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳກໍ່ໄດ້ນຳສະເໜີບັນດາໂຄງການລົງທຶນຕ່າງໆຢູ່ພາຍໃນເຂດ ເພື່ອເປັນບ່ອນອີງໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈເຂົ້າມາລົງທຶນຮ່ວມຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເຊັ່ນ: ໂຄງການກໍ່ສ້າງພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳເທິງພູກິ່ວລົມ, ໂຄງການກໍ່ສ້າງພະພຸດທະຮູບສັກສິດຂອງພຸດທະສາສະໜາພູກິ່ວລົມ, ໂຄງການກໍ່ສ້າງສະໜາມກ໊ອຟ 36 ຫຼູມເທິງພູກິ່ວລົມ, ໂຄງການບັນເທີງຫວັນກົ່ວຟູຢູ່ຕະຫຼາດວັດທະນະທຳນາໆຊາດ, ໂຄງການກໍ່ສ້າງບໍ່ນ້ຳພຸຮ້ອນ, ທີ່ມີທີ່ພັກ, ໂຮງແຮມ, ສະຖານທີ່ບໍລິການຜ່ອນຄາຍບຳລຸງຮັກສາສຸຂະພາບ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ໂຄງການສ້າງໂຮງງານຕັດຫຍິບເສື້ອຜ້າ, ໂຄງການກໍ່ສ້າງສູນກາງໂຮງຮຽນວັດທະນະທຳ ແລະ ອື່ນໆ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນໃນການສຶກສາຂໍ້ມູນດ້ານກົນໄກເສດຖະກິດ-ການຄ້າຮ່ວມກັນລະຫວ່າງສູນກາງ, ບັນດາແຂວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນການພັດທະນາວຽກງານການຄ້າ ແລະ ອຸດສາຫະກຳການສົ່ງອອກ ແລະ ນຳເຂົ້າ, ການບໍລິການ, ການລົງທຶນ, ການທ່ອງທ່ຽວ ແລະ ອຶື່ນໆຢ່າງກົງໄປກົງມາ ເພື່ອແນໃສເປັນການແລກປ່ຽນບົດຮຽນດ້ານກົນໄກເສດຖະກິດຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຮັບການເຊື່ອມໂຍງໂດຍອີງໃສ່ທ່າແຮງທີ່ບົ່ມຊ້ອນໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງຍືນຍົງ, ຮັບປະກັນຄຸນນະພາບທີ່ດີໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ແລະ ຍາວນານອີກດ້ວຍ. ພາຍຫຼັງສຳເລັດກອງປະຊຸມຄະນະຜູ້ແທນການຄ້າ ແລະ ອຸດສາຫະກຳກໍ່ໄດ້ໄປກາບໄຫວ້ພະເຈົ້າອົງຫຼວງວັດທອງທິບພັດທະນາລາມ, ຢ້ຽມຢາມຟາມງົວ, ສະຖານທີ່ປູກຜັກເຮືອນຮົ່ມ ແລະ ສືບຕໍ່ເດີນທາງກັບຄືນນະຄອນຫຼວງວຽງຈັນທີ່ສະໜາມບິນສາກົນບໍ່ແກ້ວດ້ວຍຄວາມສະຫວັດດີພາບ.

Related Articles