Lao (ພາສາລາວ)

ຍຸດທະສາດ ແລະ ວິໄສທັດ ການພັດທະນາ ຂສພຄ

ຍຶດໝັ້ນຕາມແນວທາງນະໂຍບາຍຂອງພັກ, ປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ, ລະບຽບການ ແລະ ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ສ້າງໃຫ້ເຂດດັ່ງກ່າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ມີຄວາມສະຫງົບປອດໄພໂດຍພື້ນຖານ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນເຂດໃຫ້ຂາດຕົວ, ອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກາຍເປັນຕົວເມືອງ ໃໝ່ທີ່ທັນສະໄໝ, ມີຄວາມເຂັ້ມແຂງທາງດ້ານເສດຖະ ກິດ, ວັດທະນະທໍາ-ສັງຄົມ, ເປັນເຂດຕົວແບບ ຂອງການພັດທະນາເຂດເສດຖະກິດພິເສດ ຢຸ່ ສປປ ລາວ, ເປັນຕົວເມືອງແຫ່ງການຜະລິດທາງດ້ານກະສິກໍາ ແລະ ອຸດສາຫະກໍາເບົາ, ເປັນເມືອງແຫ່ງການບໍລິການທາງດ້ານທ່ອງ ທ່ຽວ ແລະ ເປັນຕົວເມືອງທີ່ມີທ່າແຮງການດຶງດູດການລົງທຶນ, ສ້າງເງື່ອນໃຫ້ປະຊາຊົນ ເຂົ້າມາອອກແຮງງານ, ດໍາລົງຊີວິດ, ດໍາເນີນທຸລະກິດໃຫ້ນັບມື້ຫຼາຍຂຶ້ນ, ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ນັບມື້ນັບຫລາຍຂື້ນ.

Image


ຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃຫ້ຖືກຕ້ອງ,ສອດຄ່ອງຕາມລະບຽບກົດຫມາຍຂອງ ສປປ ລາວ.

Image


ປະຊາຊົນລາວ ເອົາດິນໃຫ້ຂ້າພະເຈົ້າຢືມຕອນໜື່ງ ຂ້າພະ ເຈົ້າ ຈະຄືນເປັນຕົວເມືອງໜື່ງໃຫ້ປະຊາຊົນລາວ.